ລະບົບ Smart Farm Pro

Smart farm pro

ເປັນລະບົບ Smart Farm ເປັນລະບົບທີ່ໃຊ້ໃນງານອຸດສາຫະກຳ ເຊັ່ນ: ຟາມ, ສວນ ຂອງທ່ານ ເພື່ອຫຼຸດຜ່ອນຄວາມຜິດພາດຈາກແຮງງານ ຫຼື ຄົນຄວບຄຸມລະບົບ.

ເຊິ່ງລາຄາແມ່ນຕ້ອງໄດ້ໄປປະເມີນຕົວຈິງຈາກຟາມຂອງລູກຄ້າ, ເຊິ່ງລູກຄ້າຕ້ອງກຽມລາຍລະອຽດ ແລະ ຄວາມຕ້ອງການຂອງຕົນເອງ ແລ້ວສະເໜີໃຫ້ທີມງານເຮົາຕອນລົງໄປປະເມີນ ແລະ ເກັບກຳຂໍ້ມູນ ຫຼັງຈາກນັ້ນ ທີມງານເຮົາຈຶ່ງຈະອອກໃບສະເໜີລາຄາໃຫ້.

ເປັນ ຄວາມສາມາດພື້ນຖານ ຂອງລະບົບມີດັ່ງນີ້:

  • ຄວບຄູມລະບົບເປີດປິດນ້ຳອັດຕະໂນມັດ ໃສ່ໂຮງເຮືອນຂອງຟາມເຮົາຜ່ານມືຖື.

  • ສາມາດຕັ້ງໂມງໃຫ້ຫົດນ້ຳອັດຕະໂນມັດໄດ້.

  • ສາມາດຕັ້ງເງື່ອນໄຂເຊັ່ນ: ໂຮງເຮືອນຫຼັງທີ 1 ປ່ອຍນ້ຳຫົດ 3 ນາທີແລ້ວປິດນ້ຳ ແລະ ສັ່ງເປີດນ້ຳໂຮງເຮືອນຫຼັງຕໍ່ໆໄປ.

  • ສາມາດເຊັກອຸນຫະພູມໄດ້ ວ່າໂຮງເຮືອນເຮົາອຸນຫະພູມທໍ່ໃດ

  • ເຊັກຄວາມຊູ່ມຂອງດິນໄດ້

  • ສາມາດຕັ້ງເງື່ອນໄຂການຫົດນ້ຳໄດ້ເຊັ່ນ: ເມື່ອດິນແຫ້ງ, ລະບົບຈະຫົດນ້ຳອັດຕະໂນມັດໄດ້ ຫຼື ຕາເວັນຕົກດິນລະບົບຈະເລີ່ມຫົດນ້ຳໄດ້.

  • ເມື່ອອຸນຫະພູມສູງຂື້ນ ລະບົບສາມາດປ່ອຍນ້ຳລົງຫຼັງຄາເພື່ອຮັກສາອຸນຫະພູມບໍ່ໃຫ້ຮ້ອນສູງໄດ້.

  • ຮອງຮັບລະບົບຟາມການປູກແບບໄຮໂດລິກ

ທາງເລືອກເພີ່ມເຕີມສຳລັບລູກຄ້າ | Optional Function:

  • ລະບົບໄຟສຳຮອງ ທີ່ສາມາດຮອງຮັບການໃຊ້ງານເວລາໄຟດັບໄດ້

  • ລະບົບ ໄຟໂຊລ່າເຊວ (ກໍລະນີທີ່ໄຟບໍ່ພຽງພໍ ຫຼື ຕ້ອງການເປັນໄຟສຳຮອງ)

  • ສາມາດປ່ຽນເປັນລະບົບສັ່ງການດ້ວຍ SMS ໄດ້, ໃນກໍລະນີທີ່ພື້ນທີ່ຟາມ ບໍ່ມີສັນຍານອິນເຕີເນັດ

  • ລະບົບຕັດໄຟຕົກ ໄຟກະຊາກ ເພື່ອປ້ອງກັນອຸປະກອນເສຍຫາຍ ໃນເຂດທີ່ໄຟຟ້າ ບໍ່ສະຖຽນ

  • ເລົ້າເຕີ້ອິນເຕີເນັດໄຮ້ສາຍ  ສຳລັບຟາມທີ່ບໍ່ສາມາດ ດຶງອິນເຕີເນັດເຂົ້າໄດ້.

  • ເຄື່ອງກະຈາຍສັນຍານອິນເຕີເນັດ ເພື່ອໃຫ້ສັນຍານອິນເຕີເນັດ ຄວບຄຸມພື້ນທີ່ທັງໝົດຂອງຟາມໄດ້